ຄະນະລັດຖະມົນຕີໄດ້ມີມະຕິຕົກລົງໃຫ້ວັນຈັນທີ 28 ແລະ ວັນອັງຄານທີ 29 ກັນຍາ 2026 ເປັນວັນພັກທາງການພິເສດ.ສະເພາະນະຄອນຫຼວງກຸງເທບມະຫາະນະຄອນ, ນົນທະບຸລີ, ປທຸມທານີ ແລະ ສົມຸດປາການເນື່ອງຈາກສະຖານະການນໍ້າຖ້ວມ ແລະ ຝົນຕົກໜັກ, ໄດ້ກຳນົດໃຫ້ບັນດາອົງການລັດຖະການຍັງຄົງເປີດໃຫ້ບໍລິການປະຊາຊົນທາງອອນລາຍຕາມປົກກະຕິ.
.
ອີງຕາມໜັງສືຂອງຫ້ອງການເລຂາທິການຄະນະລັດຖະມົນຕີ ລົງວັນທີ 27 ກັນຍາ 2026, ກອງປະຊຸມຄະນະລັດຖະມົນຕີ ໄດ້ພິຈາລະນາວ່າ ຝົນຕົກໜັກໃນນະຄອນຫຼວງກຸງເທບ ແລະ ເຂດອ້ອມຂ້າງເຮັດໃຫ້ຫຼາຍພື້ນທີ່ເກີດມີນໍ້າຖ້ວມຂັງ, ປະຊາຊົນຈໍານວນຫຼາຍປະສົບກັບຄວາມຫຍຸ້ງຍາກໃນການເດີນທາງ, ໃນຂະນະທີ່ຍັງມີທ່າອ່ຽງຈະເກີດຝົນຕົກໜັກຢ່າງຕໍ່ເນື່ອງ, ສະນັ້ນ ຈຶ່ງໄດ້ກໍານົດວັນພັກທາງລັດຖະການພິເສດໃນພື້ນທີ່ດັ່ງກ່າວເປັນເວລາ 2 ວັນ.
.
ສຳລັບອົງການທີ່ມີພາລະກິດໃຫ້ບໍລິການປະຊາຊົນ ຫຼື ມີວຽກງານທາງລັດທີ່ສຳຄັນທີ່ໄດ້ກຳນົດໄວ້ແລ້ວ, ຖ້າການຢຸດ ຫຼື ການເລື່ອນວຽກງານຈະສົ່ງຜົນກະທົບຕໍ່ປະຊາຊົນ, ໃຫ້ຫົວໜ້າອົງການພິຈາລະນາປະຕິບັດຕາມຄວາມເໝາະສົມ. ສ່ວນວິສາຫະກິດລັດ, ສະຖາບັນການເງິນ, ໂຮງໝໍ, ສະຖານທີ່ປິ່ນປົວ ແລະ ພາກເອກະຊົນ, ໃຫ້ອົງການທີ່ກ່ຽວຂ້ອງພິຈາລະນາການຢຸດວຽກງານຕາມຄວາມຈຳເປັນ ແລະ ກົດໝາຍທີ່ກ່ຽວຂ້ອງ.
.
ວັນພັກພິເສດຄັ້ງນີ້ກວມເອົາພຽງແຕ່ 4 ເຂດທີ່ລະບຸໄວ້ໃນມະຕິຂອງຄະນະລັດຖະມົນຕີເທົ່ານັ້ນ. ບໍ່ລວມແຂວງອຸບົນຣາຊະທານີແລະ ປະຊາຊົນຍັງສາມາດໃຊ້ບໍລິການອອນລາຍຂອງອົງການລັດຖະບານໄດ້ຕາມປົກກະຕິ.
ແຫຼ່ງຂໍ້ມູນ: ໜັງສືຂອງສຳນັກເລຂາທິການຄະນະລັດຖະມົນຕີ ລົງວັນທີ 27 ກັນຍາ 2026