ไฟไหม้-สนามบินอุบล-05.jpg

ວັນທີ 17 ຕຸລາ 2014 ເວລາປະມານ 02:00 ໂມງເຊົ້າ ເກີດເຫດໄຟໄໝ້ພາຍໃນອາຄານທີ່ພັກຜູ້ໂດຍສານ ຂອງສະໜາມບິນສາກົນອຸບົນຣາຊະທານີ ຄວາມເສຍຫາຍຍັງລໍຖ້າການປະເມີນອີກຄັ້ງໜຶ່ງ  ແຕ່ຢ່າງໃດກໍຕາມ ຜູ້ໂດຍສານສາມາດເດີນທາງໄດ້ຕາມປົກກະຕິ.

ເກີດເຫດໄຟໄໝ້ຮ້ານຂາຍເຄື່ອງລະນຶກພາຍໃນສະໜາມບິນສາກົນແຂວງອຸບົນຣາຊະທານີ. ທີ່ເກີດເຫດ, ໄຟໄດ້ໄໝ້ຮ້ານຂາຍເຄື່ອງລະນຶກຢູ່ຊັ້ນລຸ່ມ, ປະຕູທາງເຂົ້າຂອງຕົວອາຄານຜູ້ໂດຍສານ. ເຈົ້າໜ້າທີ່ໃຊ້ເວລາປະມານ 40 ນາທີ ຈຶ່ງສາມາດຄວບຄຸມໄຟໄດ້.

ຈາກການກວດກາເບື້ອງຕົ້ນ ພາຍໃນຈຸດເກີດເຫດ ພົບວ່າຮ້ານຂາຍຜ້າໄໝ ແລະ ຮ້ານຂາຍທຽນຫອມໄດ້ຮັບຄວາມເສຍຫາຍທັງໝົດ 5 ຫ້ອງ, ເຄື່ອງປັບອາກາດ ແລະ ເຄື່ອງເອັກສ໌ເຣ ໄດ້ຮັບຄວາມເສຍຫາຍ 1 ໜ່ວຍ, ຝ້າເພດານໄດ້ຮັບຄວາມເສຍຫາຍຫຼາຍກວ່າເຄິ່ງໜຶ່ງ ແຕ່ຍັງບໍ່ທັນພົບຈຳນວນຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແລະ ຍັງບໍ່ສາມາດປະເມີນຈຳນວນຄວາມເສຍຫາຍທັງໝົດໄດ້.

ຢ່າງໃດກໍຕາມ, ເຈົ້າໜ້າທີ່ພາຍໃນສະໜາມບິນສາກົນອຸບົນຣາຊະທານີ ໄດ້ກ່າວວ່າ ສຳລັບຖ້ຽວບິນທີ່ຈະມີການເຂົ້າ-ອອກໃນຊ່ວງເຊົ້າ ມີທັງໝົດ 4 ຖ້ຽວບິນ ຍັງສາມາດໃຫ້ບໍລິການໄດ້ເປັນປົກກະຕິ ແລະ ບໍ່ມີການປິດສະໜາມບິນ ໂດຍເຈົ້າໜ້າທີ່ຈະຈັດພື້ນທີ່ເປັນໂຊນເພື່ອໃຫ້ບໍລິການທາງປະຕູຜູ້ໂດຍສານຂາເຂົ້າ. ສ່ວນລາຍລະອຽດຂອງເຫດການໄຟໄໝ້ແມ່ນຕ້ອງໃຫ້ຜູ້ອຳນວຍການສະໜາມບິນອຸບົນຣາຊະທານີເປັນຜູ້ໃຫ້ລາຍລະອຽດອີກຄັ້ງໜຶ່ງ. 

ຂໍຂອບໃຈຂ່າວຈາກ Thairath Online
ພາບຖ່າຍໂດຍ A-PONG KENG : ອຸບົນ ຄົນຂ່າວອາສາ 1669