ເບິ່ງຄລິບການຖ່າຍທຳເລື່ອງລາວການປັ້ນພະພັກຕະພັນລະບາດສົມເດັດພະເຈົ້າຢູ່ຫົວ ໂດຍອາຈານສັນຕິ ພິເຊດໄຊກຸນ ຫັດຖະກຳປັ້ນຄົນໄທ ຝີມືລະດັບໂລກ ຜູ້ທີ່ປັ້ນຮູບຄືນພະບໍລົມສາດສະວະໂສພາພະບາດສົມເດັດພະເຈົ້າຢູ່ຫົວ ທີ່ນະຄອນບອດສະຕັນ ແຄມບຣິດ ເກີດສະຫະລັດອາເມລິກາ ໃນໂຮງໝໍ "ເມົາທ໌ອໍເບີນ" ສະຖານທີ່ທີ່ພະອົງໄດ້ປະສູດ.
Sunti Pichetchaiyakul ອາຈານ ສັນຕິ ພິເຊດໄຊຍະກຸນ ສິລະປິນປະຕິມາກອນໜຸ່ມຊາວໄທ ເກີດຢູ່ເມືອງຈຸມພວງ ແຂວງນະຄອນລາຊະສີມາ ລາວມີຄວາມຫຼົງໄຫຼໃນ "ການປັ້ນ" ຈົນເຖິງຂັ້ນເກັບດິນຮັງປວກມາສ້າງສັນງານສິລະປະ. ລາວຄົນນີ້ຂາຍຜົນງານໄດ້ຕັ້ງແຕ່ອາຍຸ 6 ປີ. ຊາວອິນເດຍແດງຕ້ອງມາຢືນຮ້ອງໄຫ້ໃຫ້ກັບຜົນງານການປັ້ນຂອງລາວ ແລະ ລາວຄົນນີ້ກໍ່ສາມາດເຮັດໃຫ້ຄົນເຂົ້າໃຈຜິດຄິດວ່າຮູບປັ້ນບໍ່ແມ່ນຮູບປັ້ນ. ລາວເຮັດໃຫ້ໂລກປະຫຼາດໃຈໄດ້ດ້ວຍພະລັງການປັ້ນຂອງລາວ.
อาจารย์สันติ พิเชฐชัยกุล ส่งผลงานเข้าประกวดในเวที Art Prize ปี ค.ศ. 2010 โดยส่งรูปปั้นเหมือนหลวงปู่เลื่อนหล่อด้วยไฟเบอร์กลาสเรซิ่นซึ่งเป็นงานที่ทำ จากเมืองไทย ปรากฏว่าไม่มีใครสนใจเลย จนผิดหวังสิ้นหวัง ใจคิดว่าฝรั่งไม่ชอบศาสนาพุทธ เห็นรูปปั้นพระสงฆ์ก็เดินหนี วันต่อมาจึงเอาสีมาตกแต่งเพิ่ม คนก็เริ่มเข้ามาถามว่ารับจ้างสักด้วยเหรอ จึงเข้าใจ วันสุดท้ายจึงเอาป้าย Don’t Touch มาแปะ ปรากฏว่าคนมาดูล้นหลามเลย บ้างว่าผมโกหก บ้างว่าเอานักแสดงมาทำท่ารูปปั้น ບາງຄົນຂັບລົດກັບມາຖາມວ່າຮູບປັ້ນນັ້ນແມ່ນຂອງແທ້ບໍ? ຜົນງານນັ້ນໄດ້ເຂົ້າຮອບ 1 ໃນ 25 ຄົນສຸດທ້າຍ ແຕ່ຫຼາຍຄົນບອກວ່າຂ້ອຍຄວນຈະເຂົ້າຮອບ 1 ໃນ 3 ຄົນ ດັ່ງນັ້ນຂ້ອຍຈຶ່ງລອງໃໝ່ ໂດຍປັ້ນຮູບຄ້າຍຄືຂອງເຈີຣານ ອາ ຟອດ, ປະທານາທິບໍດີຄົນທີ 38 ຂອງສະຫະລັດ ເຂົ້າປະກວດໃນປີຜ່ານມາ ປາກົດວ່າໄດ້ອັນດັບທີ 1 ຂອງບັນດານັກປັ້ນທັງໝົດ ແລະ ອັນດັບທີ 4 ຈາກບັນດາສິລະປິນທັງໝົດ 1,000 ກວ່າຄົນ ຈາກ 39 ປະເທດ ຫຼັງຈາກນັ້ນຊື່ ແລະ ຜົນງານກໍ່ຄ່ອຍໆເປັນທີ່ຮູ້ຈັກຂຶ້ນເລື້ອຍໆ ດຽວນີ້ຫຼາຍຄົນຍອມຮັບໃນເສັ້ນທາງຂອງຂ້ອຍ.
ເມື່ອບໍ່ດົນມານີ້, ອາຈານສັນຕິ ພິເຊດໄຊກຸນ ໄດ້ປັ້ນຮູບພະພັກຕະພັນຂອງພະບາດສົມເດັດພະເຈົ້າຢູ່ຫົວ ເຊິ່ງໃນຄລິບແມ່ນການປັ້ນພະພັກຕະພັນຂອງພະບາດສົມເດັດພະເຈົ້າຢູ່ຫົວໄດ້ຢ່າງງົດງາມ. ຫຼາຍຄົນທີ່ເຫັນພະພັກຕະພັນຂອງພະອົງກຳລັງສະຫຍິມພະສະຫວັນ ກໍ່ຕ່າງປິຕິຍິນດີທີ່ໄດ້ຊົມເຊີຍຜົນງານຄັ້ງນີ້.


ຂໍຂອບໃຈຮູບພາບຈາກໜ້າເພຈ Sunti Pichetchaiyakul ອາຈານ ສັນຕິ ພິເຊດໄຊຍະກຸນ