
ຄະນະວິທະຍາສາດການພະຍາບານ ມະຫາວິທະຍາໄລອຸບົນຣາຊະທານີ ໄດ້ຈັດພິທີມອບໝວກ ແລະ ດວງປະທີບ ໃຫ້ແກ່ນັກສຶກສາວິທະຍາສາດການພະຍາບານ ຊັ້ນປີທີ 2 ປະຈຳປີການສຶກສາ 2557 ຈຳນວນ 35 ຄົນ ໂດຍມີຄະນະອາຈານ, ນັກສຶກສາຮຸ່ນພີ່, ຮຸ່ນນ້ອງ ແລະ ຍາດພີ່ນ້ອງເຂົ້າຮ່ວມສະແດງຄວາມຊົມເຊີຍເປັນຈຳນວນຫຼວງຫຼາຍ.
ໃນວັນທີ 28 ຕຸລາ 2014, ຄະນະວິທະຍາສາດການພະຍາບານ ມະຫາວິທະຍາໄລອຸບົນຣາຊະທານີ ໄດ້ຈັດພິທີມອບໝວກ ແລະ ດວງປະທີບ ໃຫ້ແກ່ນັກສຶກສາວິທະຍາສາດການພະຍາບານ ປີທີ 2 ສໍາລັບປີການສຶກສາ 2014 ໂດຍມີ ຮສ.ດຣ.ສຸຣີ ທັມມິກບວອນ ຄະນະບໍດີຄະນະວິທະຍາສາດການພະຍາບານ ເປັນປະທານໃນພິທີ ແລະ ກ່າວຕ້ອນຮັບ ທີ່ຫ້ອງບານຣູມ ໂຮງແຮມຢູເພຼດ ມະຫາວິທະຍາໄລອຸບົນຣາຊະທານີ.

ພິທີມອບໝວກ ແລະ ດວງປະທີບ ເຊິ່ງເປັນການປູກຝັງຄວາມເປັນເອກະລັກຂອງວິຊາຊີບ, ສ້າງຄວາມພູມໃຈ, ມີຈິດສຳນຶກ ແລະ ຄວາມຮັບຜິດຊອບຕໍ່ວິຊາຊີບພະຍາບານ, ສ້າງຄວາມປິຕິຍິນດີ ແລະ ຍິນດີຢ່າງຍິ່ງຕໍ່ບັນດານັກສຶກສາພະຍາບານ ຊັ້ນປີທີ 2 ປີການສຶກສາ 2557 ຈຳນວນ 35 ຄົນ ເຊິ່ງຖືວ່າເປັນຄວາມສຳເລັດເບື້ອງຕົ້ນ ແລະ ປູກຝັງຄວາມເປັນເອກະລັກຂອງວິຊາຊີບ ພ້ອມທັງສົ່ງເສີມໃຫ້ນັກສຶກສາມີຄວາມພູມໃຈ, ມີຈິດສຳນຶກ, ຄວາມຮັບຜິດຊອບຕໍ່ວິຊາຊີບພະຍາບານ ໂດຍມີບັນດາຄະນະອາຈານ, ນັກສຶກສາ, ຮຸ່ນພີ່, ຮຸ່ນນ້ອງ ແລະ ຍາດພີ່ນ້ອງເຂົ້າຮ່ວມສະແດງຄວາມຍິນດີເປັນຈຳນວນຫຼວງຫຼາຍ.